ບາດໄທ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ບາທໄທ)
ທະນະບັດແບບ XI

ບາດໄທ (ໄທ: บาทไทย; ອັງກິດ: Thai baht; ສັນຍະລັກ: ฿; ລະຫັດ: THB) ແມ່ນຕະກູນເງິນຂອງປະເທດໄທ ໂດຍມີທະນາຄານແຫ່ງປະເທດໄທເປັນຜູ້ດູແລ

ປະຫວັດ[ດັດແກ້]

ເງີນບາດ ເດີມຄຳວ່າ "ບາດ" ແມ່ນໜຶ່ງໃນຄຳຮຽກໜ່ວຍການຊັ່ງນ້ຳໜັກຂອງໄທ ປັດຈຸບັນຍັງມີໃຊ້ໃນຄວາມໝາຍເດີມຢູ່ບ້າງ ໂດຍສະເພົາະການຊື້ຂາຍຄຳໃນໄທ ໃນສະໄໝທີເລີ່ມການໃຊ້ຫຼຽນຄັ້ງທຳອິດ ຫຼຽນໜຶ່ງບາດມີຄ່າເທົ່າກັບຄຳໜັກໜຶ່ງບາດຈິງໆ ບໍ່ໄດ້ທຳດ້ວຍທອງແດງນິກເກີນຢ່າງໃນປັດຈຸບັນ.

ໜ່ວຍເງີນ[ດັດແກ້]

ໃນປັດຈຸບັນເງີນບາດມີໜ່ວຍເງີນ ຄື 100 ສະຕາງ ເທົ່າກັບ 1 ບາດ ເລີ່ມໃຊ້ເມື່ອ ຄ.ສ. 1897 ໂດຍກ່ອນໜ້ານັ້ນໄດ້ໃຊ້ໜ່ວຍເງີນ ດັງນີ້

ໜ່ວຍເງີນ ມູລະຄ່າ ໝາຍເຫດ
1 ຫາບ 80 ຊັ່ງ = 6.400 ບາດ
1 ຊັ່ງ 20 ຕຳລຶງ = 80 ບາດ
1 ຕຳລຶງ 4 ບາດ
1 ບາດ 1 ບາດ = 100 ສະຕາວ
1 ມາຍົນ ຫຼື 1 ມະຍົງ 1/2 ບາດ = 50 ສະຕາງ ປັດຈຸບັນຍັງມີການຮຽກຫຼຽນມູລະຄ່ານີ້ວ່າ "ຫຼຽນສອງສະລຶງ"
1 ສະລຶງ 1/4 ບາດ = 25 ສະຕາງ ປັດຈຸບັນຍັງມີການຮຽກຫຼຽນມູລະຄ່ານີ້ວ່າ "ຫຼຽນສະລຶງ"
1 ເຟື້ອງ 1/8 ບາດ = 12,5 ສະຕາງ
1 ຊີກ ຫຼື 1 ສິ້ກ 1/16 ບາດ = 6,25 ສະຕາງ
1 ສ້ຽວ 1 ຊ່ຽວ ຫຼື 1 ໄພ 1/32 ບາດ = 3,125 ສະຕາງ
1 ອັດ 1/64 บาท = 1,5625 ສະຕາງ
1 ໂສລົດ 1/128 ບາດ = 0,78125 ສະຕາງ
1 ເບ້ຍ 1/6400 ບາດ = 0,015625 ສະຕາງ

ຫຼຽນ[ດັດແກ້]

ຫຼຽນບາດໄທມີການຜະລິດຢູ່ 9 ຊະນິດລາຄາ ຄື 1, 5, 10, 25, 50 ສະຕາງ, 1, 2, 5 ແລະ 10 ບາດ ໂດຍຫຼຽນ 1, 5 ແລະ 10 ສະຕາງ ແມ່ນຫຼຽນທີບໍ່ໄດ້ໃຊ້ໝຸນວຽນແຕ່ໃຊ້ໃນທະນາຄານເທົ່ານັ້ນ ໂດຍມີ ກົມທະນາຮັກ ແມ່ນຜູ້ຜະລິດຫຼຽນ.

ຫຼຽນຊຸດປັດຈຸບັນ[ດັດແກ້]

ການໝຸນວຽນຂອງເງີນຕາ (ໄທ)
ມູລະຄ່າ ຕົວແປທາງເທັກນິກ ຄຳບັນຍາຍ ປີທີຜະລິດຄັ້ງທຳອິດ
ເສັ້ນຜ່ານສູນກາງ ມວນ ອົງປະກອບ ດ້ານໜ້າ ດ້ານຫຼັງ
ຫຼຽນ 1 ສະຕາງ 1 15 ມີລີແມັດ 0,5 ກຳ 97,5% Al, 2,5% Mg ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ ກາປະຈຳພະອົງ ວ.ປ.ຣ. ຄ.ສ. 2018
99% ອະລູມີນຽມ
ຫຼຽນ 5 ສະຕາງ 1 16 ມີລີແມັດ 0.6 ກຳ 97,5% Al, 2,5% Mg
16,5 ມີລີແມັດ 99% Al
ຫຼຽນ 10 ສະຕາງ 1 17,5 ມີລີແມັດ 0,8 ກຳ 97,5% Al, 2,5% Mg
99% Al
ຫຼຽນ 25 ສະຕາງ 16 ມີລີແມັດ 1,9 ກຳ ອະລູມີນຽມບອນ
ຫຼຽນ 25 ສະຕາງ (ແບບ 2) 16 ມີລີແມັດ 1,9 ກຳ ທອງແດງ ຊຸບ ເຫຼັກ
ຫຼຽນ 50 ສະຕາງ 18 ມີລີແມັດ 2,4 ກຳ ອະລູມີນຽມບອນ
ຫຼຽນ 50 ສະຕາງ (ແບບ 2) 18 ມີລີແມັດ 2,4 ກຳ ທອງແດງ ຊຸບ ເຫຼັກ
ຫຼຽນ 1 ບາດ 20 ມີລີແມັດ 3,4 ກຳ ຄິວໂປນິກເກີນ
3 ກຳ ນິກເກີນ ຊຸບ ເຫຼັກ
ຫຼຽນ 2 ບາດ 21,75 ມີລີແມັດ 4,4 ກຳ ນິກເກີນ ຊຸບ ເຫຼັກຄາບອນຕ່ຳ
21,75 ມີລີແມັດ 4 ກຳ ອະລູມີນຽມບອນ
ຫຼຽນ 5 ບາດ 24 ມີລີແມັດ 7,5 ກຳ ຄິວໂປນິກເກີນ ຫຸ້ມ ທອງແດງ
6 ກຳ
ຫຼຽນ 10 ບາດ 26 ມີລີແມັດ 8,5 ກຳ ວົງແຫວນ: ຄິວໂປນິກເກີນ
ຕົງກາງ: ອະລູມີນຽມບອນ
ຫຼຽນ 10 ບາດ
(ແບບ 2)
26 ມີລີແມັດ

ທະນະບັດ[ດັດແກ້]

ທະນະບັດໄທປັດຈຸບັນແມ່ນແບບ XVII ພິມຈຳໜ່າຍ 5 ຊະນິດລາຄາ ຄື 20, 50, 100, 500 ແລະ 1.000 ບາດ ໂດຍທະນາຄານແຫ່ງປະເທດໄທແມ່ນຜູ້ພິມທະນະບັດ

ທະນະບັດທີໝຸດວຽນໃນປັດຈຸບັນ[ດັດແກ້]

ທະນະບັດແບບ XVII
ຊະນິດລາຄາ ຂະໜາດ ສີ ຄຳອະທິບາຍ ວັນປະກາດອອກໃຊ້ ວັນຈ່າຍແລກ
ຮູບດ້ານໜ້າ ຮູບດ້ານຫຼັງ
ທະນະບັດ 20 ບາດ 138 × 72 ມມ. ຂຽວ ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ ແລະ ພະບາດສົມເດັດພະພຸດທະເລີດຫຼ້ານະພາໄລ 8 ມີນາ 2018 6 ເມສາ 2018
ທະນະບັດ 20 ບາດ (ແບບ 2) 138 × 72 ມມ. ຂຽວ 20 ມັງກອນ 2022 24 ມີນາ 2022
ທະນະບັດ 50 ບາດ 144 × 72 ມມ. ຟ້າ ພະບາດສົມເດັດພະນັ່ງເກົ້າເຈົ້າຢູ່ຫົວ ແລະ ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ 8 ມີນາ 2018 6 ເມສາ 2018
ທະນະບັດ 100 ບາດ 150 × 72 ມມ. ແດງ ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ແລະ ພະບາດສົມເດັດພະມົງກຸດເກົ້າເຈົ້າຢູ່ຫົວ 8 ມີນາ 2018 6 ເມສາ 2018
ທະນະບັດ 500 ບາດ 156 × 72 ມມ. ມ່ວງ ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ ແລະ ພະບາດສົມເດັດພະປໍຣະເມນທະຣະມະຫາອານັນທະມະຫິດົນ ພະອັດຖະມະຣາມາທິບໍດິນ 8 ມີນາ 2018 28 ກໍລະກົດ 2018
ທະນະບັດ 1000 ບາດ 162 × 72 ມມ. ນ້ຳຕານ ພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ ແລະ ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ 8 ມີນາ 2018 28 ກໍລະກົດ 2018